ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ລົງຕິດຕາມ, ຊຸກຍູ້ວຽກງານຮັບປະກັນພະລາທິການກອງທັບ


    ວັນທີ 8 ສິງຫາ 2023 ນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ລົງຕິດຕາມ, ຊຸກຍູ້ວຽກ
ງານການຮັບປະກັນພະລາທິການກອງທັບ ຢູ່ກົມໃຫຍ່ພະລາທິການກອງທັບ, ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ,
ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີບັນດາກົມວິຊາສະເພາະ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ຄະນະກົມວິຊາສະເພາະ, ກໍໄດ້ຜັດປ່ຽນກັນລາຍງານສະ
ພາບການລວມໂດຍຫຍໍ້, ກ່ຽວກັບການຈັດຕັ້ງປະບັດວຽກງານພະລາທິການກອງທັບ ຮອບດ້ານໃນໄລຍະຊຸມປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນ
ດ້ານດີ ແລະ ບາງວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ, ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງ
ປ້ອງກັນປະເທດວາງອອກ, ບົນຈິດໃຈບຸກທະລຸເຂົ້າໃນແຜນງານໃຫຍ່ທີ 3, ຮັບປະກັນດ້ານພະລາທິການ ໃນການແກ້ໄຂຊີວິດການຢູ່ ແລະ ຜະ
ລິດເປັນສິນຄ້າໃຫ້ມີທ່າກ້າວຂະຫຍາຍຕົວສູງຂຶ້ນ ແລະ ຮັບປະກັນຢ່າງຄົບຖ້ວນ, ທັນເວລາທາງດ້ານວັດຖຸ, ພາຫະນະຮັບໃຊ້ໃຫ້ແກ່ການເຄື່ອນ
ໄຫວ, ຫັດແອບ, ກຽມພ້ອມສູ້ຮົບ ແລະ ການຈັດຕັ້ງວຽກງານລ້ຽງດູທັບ ຂອງກອງທັບປະຊາຊົນລາວ.

     ໃນໂອກາດນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຊີ້ທິດເຍືອງທາງ, ໂດຍເນັ້ນໜັກໃຫ້
ຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບ ແລະ ບັນດາກົມວິຊາສະເພາະຂອງກົມໃຫຍ່ພະລາທິການ, ຈົ່ງສືບຕໍ່ເອົາໃຈໃສ່
ຖືເປັນສໍາຄັນວຽກງານສຶກສາອົບຮົບການເມືອງ-ນໍາແນວຄິດ ໃຫ້ພະນັກງານ, ນັກຮົບໃນທົ່ວທຸກເຫຼົ່າຮົບພະລາທິການກອງທັບເປັນກົກ, ສ້າງໄດ້
ຄວາມສາມັກຄີພາຍໃນພາຍນອກ ລະຫວ່າງ ຄະນະພັກ-ຄະນະບັນຊາ ຂັ້ນເທິງ ກັບກົມກອງຮາກຖານຂັ້ນລຸ່ມຕົນ, ຕ້ານໄດ້ທຸກປະກົດການຫຍໍ້
ທໍ້ຕ່າງໆທີ່ຈະເກີດຂຶ້ນຢູ່ພາຍໃນພັກ, ກົມກອງໄດ້ຢ່າງເຂັ້ມງວດ ແລະ ໃນຕໍ່ໜ້າສະພາບການໃໝ່ຂອງໂລກ, ພາກພື້ນ, ສາກົນ, ກໍຄືຢູ່ໃນ ສປປ ລາວ
ຂອງພວກເຮົາໃນປະຈຸບັນນີ້, ສະເພາະບາງພື້ນທີ່ຂອງແຂວງທາງພາກກາງ ແລະ ພາກເໜືອຂອງລາວເຮົາ, ແມ່ນໄດ້ຮັບຜົນກະທົບຈາກໄພພິບັດ
ນໍ້າຖ້ວມທາງທໍາມະຊາດ, ເພາະສະນັ້ນ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ຈົ່ງເອົາໃຈໃສ່ໃນການເພີ່ມທະວີຈັດຕັ້ງກະກຽມຄວາມ
ພ້ອມທາງດ້ານກໍາລັງພົນເຂົ້າປະຈໍາການຄົບຖ້ວນ, ວັດຖຸ, ພາຫະນະເຕັກນິກຕ່າງໆ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ເມື່ອມີຄໍາສັ່ງຈາກ
ຂັ້ນເທິງ, ຄະນະຮັບຜິດຊອບແຕ່ລະໜ່ວຍງານວິຊາສະເພາະ, ຈົ່ງພ້ອມກັນເປັນເຈົ້າການຮີບຮ້ອນນໍາເອົາກໍາລັງທີ່ໄດ້ຈັດຕັ້ງປະກອບຕາມການມອບ
ໝາຍໜ້າທີ່ເຂົ້າຊ່ວຍເຫຼືອ ປະຊາຊົນ ຜູ້ທີ່ຖືກເຄາະຮ້າຍຈາກເຫດການໄພນໍ້າຖ້ວມດັ່ງກ່າວ ໃນຄັ້ງນີ້ໃຫ້ທັນການ ແລະ ຮັບປະກັນໄດ້ຄວາມປອດ
ໄພ 100%, ພິເສດ, ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ການຈັດຕັ້ງຫ້າງຫາກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 75 ປີ, ຄື ວັນທີ 20 ມັງກອນ 1949-20 ມັງກອນ 2024 ທີ່ໃກ້ຈະມາເຖິງໃນມໍ່ໆນີ້, ແຕ່ລະທຸກພາກສ່ວນທີ່ກ່ຽວຂ້ອງຂອງວຽກງານພະລາ
ທິການ, ຈົ່ງກະກຽມຄວາມພ້ອມທາງດ້ານວັດຖຸ ແລະ ຜະລິດຕະພັນ ຕ່າງໆທີ່ເປັນມູນເຊື້ອຂອງເຫຼົ່າຮົບພະລາທິການກອງທັບ ເພື່ອນໍາໄປຈັດວາງ
ສະແດງເຂົ້າໃນວັນສໍາຄັນດັ່ງກ່າວນີ້, ໃຫ້ມີບັນຍາກາດເບີກບານມ່ວນໃນທົ່ວກອງທັບ.

ແຫຼ່ງທີ່ມາ ຄໍາປະສົງ ລາດຊະວົງ
ວັນທີ 11/08/2023